วันเสาร์ที่ 13 ตุลาคม พ.ศ. 2550

ວິທີຮັກສາສິຣິ 8 ປະການຕາມຫຼັກໂຫຣາສາດບູຮານລາວ


ວິທີຮັກສາສີີຣິ 8 ປະການຕາມທັກສາໂຫຣາສາດບູຮານລາວ
ຈະສະແດງ ຂ້ໍສີຣິ 8 ປະກາຣ ດັ່ງນິຍາຍບູຮານກ່າວມາປາງກ່ອນ ບູຣຸສ ແລະສັຕຣີ ຜູ້ໃດຮັກສາ ຈຳຈື່ເອົາຂໍ້ ສີຣິ 8 ປະກາຣ ໄວ້ກັບຕົວຈິ່ງດີ ນະການກ່ອນກໍມີເທພດາ 2 ອົງຢູ່ຮັກສາ ສຳລັບໂລກມະນຸດ ອົງໜຶ່ງຊື່ວ່າ ເທວະພຣົມມາ ອົງໜຶ່ງຊືວ່າ ໂລກພຣົມມາ, ເທວະພຣົມມາຖາມບັນຫາສີຣິ 8 ປະກຣ ໃຫ້ໂລກພຣົມມາແກ້, ໂລກ ພຣົມມາ ຈຶ່ງແກ້ຕາມບັນຫາ ສີຣິ 8 ປະການໃຫ້ແກ່ເທວະພຣົມມາ ຟັງທຸກຂໍ້ຕໍ່ໄປ.
ສະນັ້ນ, ໃຫ້ບູຣຸດ ແລະສັຕຣີ ຜູ້ໃດຈຶ່ງຈຳຮັກສຣີຣິ 8 ປະການນີ້ໄດ້ໄວ້ຮັກສາກັບຕົນ ຕົວດີ ເທພະດາທີ່ເປັນສີຣິມຸງຄຸນ ກໍຈະໃຫ້ພອນຮັກສາຢູ່ກັບຜູ້ນັ້ນໃຫ້ມີສີຣິຮຸ່ງເຮືອງໝັ້ນຍືນຕໍ່ໄປ, ຖ້າຜູ້ໃດຮັກສາສີຣິ 8 ປິການນີ້ບໍ່ໄດ້ ເທພດາອັນເປັນກາລະກີນີ ຮູ້ແລ້ວ ກໍຈະເຂົ້າມາຢູ່ຮັກສາຜູ້ນັ້ນ ແລະໃຫ້ຜູ້ນັ້ນ ຖອຍຈາກສີຣິມຸງຄຸນ ອັປະພາທ ຕ່ຳຕ້ອຍອາຍຸນ້ອຍບໍ່ໝັ້ນຍືນ.
ສະນັ້ນ, ໃຫ້ສັຕຣີ ບູຣຸສະນຸດຍິງຊາຍ ໄດ້ຈຶ່ຈຳໄວ້, ແລ້ວໃຫ້ນຳໄປໃຊ້ຍັງສຣິ 8 ປະການ, ອັນເປັນເປັນບູຮານ ປະເພນີມາແກ່ກ່ອນ, ໄດ້ປະຕິບັຕບໍ່ຢຸດຢ່ອນເປັນຂວັນຕົນ ຜູ້ໃດເຫັນຄຸນແຫ່ງສີຣິແຫ່ງຕົນແລ້ວ ຈົາງຮັກສາສີຣິ 8 ປະການນີ້ໄວ້ກັບຕົວເທີ້ນ, ປັນຫາສີຣີ 8 ປະກາຣມີດັ່ງນີ້:
1. ໃຫ້ບູຣຸສ ແລະສັຕຣີເວັ້ນຈາກກາຣເສພກາມຄຸນ ໃນວັນ 7 ຄ່ຳ 8 ຄ່ຳ 14 ຄ່ຳ ແລະ 15 ຄ່ຳ ທັງຂ້າງຂຶ້ນ ແລະຂ້າງແຮມ, ແລວັນກຸຕສົງກາຣ ແລວັນສູນ(ວັນອາຄາຕສູນຕາເວັນ) ວັນຈັນທະຄາຕ(ວັນກົບກິນເດືອນ) ແລວັນເຂົ້າພັນສາ, ວັນອອກພັນສາ ແລະວັນເກີດຂອງຕົນ. ໃຫ້ເວັ້ນເສັຍຢ່າຮ່ວມຣົສສັງວາສ ກາມະຄຸນໃນວັນເຫຼົ່ານີ້, ຖ້າເວັ້ນໄດ້ເທພດາກໍຈະໂອຍພອຣ ຮັກສາ ເຂົ້າຢູ່ໃນຕົນຕົວຜູ້ນັ້ນໃຫ້ມີສີຣິຮຸ່ງ ເຮືອງຕໍ່ໄປແລ ຯ
2. ບູຣຸສ ແລະສັຕຣີ ຈະບໍຣິໂພຄອາຫາຣຮັບປະທານ ຮັບຄາບໃດ ໃຫ້ປິ່ນໜ້າໄປສູ່ທິສບົວຣະພາສາກ່ອນ ຫຼືນັ່ງປິ່ນໜ້າໄປທິດບົວລະພາ(ຕາເວັນອອກ)ຍິ່ງດີ, ສຳລັບບູຣຸສຜູ້ເປັນພໍ່ເຮືອນເວລາຮັບປະທານອາ ຫາຣໃຫ້ນັ່ງປິ່ນໜ້າໄປທິດບົວຣະພາຈຶ່ງຄຸ້ມຄອງຮັກສາລູກຫຼານຄອບຄົວໄດ້, ຫາຫປະຕິບັຕເຊັ່ນນີ້ ເທພດາຕົນເປັນສີຣິ ກໍຈະມາໃຫ້ພອຣຮັກສາຜູ້ນັ້ນໃຫ້ອາຍຸຍືນນານ ຯ
3. ຖ້າຜູ້ໃດຈະຖ່າຍອຸຈຈະຣະ ປັສວະໃຫ້ປິ່ນໜ້າໄປທິສປັຈສິມ, ຄືທິສຕາເວັນຕົກ.
4. ຖ້າຜູ້ຊາຍຈະນອນຮ່ວມຜູ້ຍິງ ໃຫ້ຍິງນັ້ນນອນເບື້ອງຊ້າຍ ໃຫ້ຍິງລົດຫົວລົງຕ່ຳກວ່າໜ້ອຍໜຶ່ງ, ແລະຢ່າໃຫ້ຍິງນັ້ນຂ້າມຂາ ແລະຕີນ ຯ
5. ຖ້າຜູ້ໃດຫາກຮູ້ຈື່ຈຳຜ້ານຸ່ງກາງເວັນ ແລະການຄືນ ຫ້າມຢ່າໃຫ້ນຸ່ງຮ່ວມກັນ ຯ(ໝາຍຄວາມວ່າຜ້ານຸ່ງ ກາງເວັນ ຢ່າງໃຫ້ນຸ່ງກາງຄືນ, ຜ້ານຸ່ງກາງຄືນຢ່າໃຫ້ນຸ້ງກາງເວັນ).
6. ເວລາຕອນເຊົ້າ ສີຣິຢູ່ໜ້າຜາກ ແລະງ່ອນຕໍ່, ເວລາເຊົ້າໃຫ້ເອົານ້ຳລ້າງໜ້າຜາກ ແລະງ່ອນກ່ອນ ຈຶ່ງອາບນ້ຳ ລ້າງໜ້າຕໍ່ໄປ.
7. ເວລາທ່ຽງ ສີຣິຢູ່ໜ້າເອີກ ແລະວ່າງຊວງ ໃຫ້ນ້ຳພຣົມໜ້າເອີກ, ຫຼືຖ້າຈະອາບນ້ຳໃນເວລາທ່ຽງໃຫ້ເອົາ ນ້ຳພຣົມໜ້າອົກ, ຫວ່າງຊວງຕົບຫຼັງບໍຣິເວນບ່າໄລ່ ສາກ່ອນ.
8. ເວລາຢາມຄ່ຳ ສີຣິຢູ່ທີ່ຫົວໂປ້ຕີນ ແລະກາງໃຈຕີນ ເມື່ອຈະອາບນ້ຳຕອນແລງໃຫ້ລ້າງຕີນ ແລະໃຈຕີນສາກ່ອນ, ຫຼືເມື່ອເຂົ້ານອນໃຫ້ເອົານ້ຳລ້າງຕີນ ແລະໃຈຕີນທັງສອງສາກ່ອນ ເທພດາອັນເປັນສີຣິ ຈະໃຫ້ພອຣ ຮັກສາຜູ້ນັ້ນ.
ສີຣິ 8 ປະກາຣນີ້ ຫາກຜູ້ໃດປະຕິບັຕດີແລ້ວ ເທພະດາຜູ້ຮັກສາຕົນຕົວທ່ີເປັນສີຣິຈະມາໂອຍພອຣໃຫ້ຈະເຣີນ ແລະຮັກສາຕົນຕົວບໍ່ໃຫ້ມີຄວາມອັນເປັນກາລກີນີແລ, ເຖິງສັຕຣູໝູ່ອາຄາຕຈະຄິດທຳຮ້າຍ ກໍບໍໄດ້ ໄດ້ ແລະຜູ້ຜູ້ໃດຄິດຮ້າຍໃຫ້ກໍຄ້ອຍໃຈໃຫ້ເຮົາຮູ້ສຶກຕົວ ແລ.
(ຈົບວິທີຮັກສາສີຣິ 8 ປະກາຣແລ)
ວິທີຮັກສາສີຣິ 8 ປະກາຣນີ້, ພົບໃນໜັງສືພຣົມມະຊາຕໂຫຣາສາຣຕ໌ບູຮານ, ທີ່ໄດ້ມາຈາກເມືອງຫຼວງນະຄອນຫຼວງພຣະບາງ, ຜູ້ເປັນເຈົ້າຂອງແມ່ນຊືທ້າວພຸມມີ ໄດ້ເປັນຜູ້ທີ່ຜູ້ຄົນນັບຖືຫຼາຍໃນເຂຕນະຄອນຫຼວງພຣະ ບາງຈົນຮອດເມືອງນ້ຳບາກ, ທ່ານພູມມີ ເປັນນັກໂຫຣາສາຕຣ໌ ທີ່ມີຊື່ສຽງ, ມີອາຍຸຈົນ 83 ປີ ໃຊ້ຊີວິຕຢູ່ຈົນຮອດ ປີ 1981 ຈຶ່ງເສັຍຊີວິຕ, ໜັງສືເຫຼັ້ມນີ້ເປັນລັກສະນະປຶ້ມສະໄໝໃໝ່, ແລະທ່ານໄດ້ກ່າຍອອກມາຈາກໜັງສືຂອງທຸສາທຸໃຫຍ່ທີ່ບ້ານຂອງເພີ່ນເອງ ທີ່ເມືອງນ້ຳບາກ ທີ່ເປັນອາຈາຣຍ໌ສອນໂຫຣາສາຕຣ໌ໃຫ້ເພີ່ນ ເພີ່ນເອງກໍໄດ້ໃຫ້ລູກຂອງເພີ່ນຮັກສາ ແລະສືບທອດມໍຣະດົກນີ້(ໃຊ້ຄຳວ່າປົວ), ເພີ່ນບອກກັບລູກໆວ່າ ປຶ້ມເຫັ້ຼມນີ້ ຂຽນຂຶ້ນແຕ່ເພີ່ນ ອາ ຍຸ 20 ປີ.
ເມື່ອເຮົາເອົາອາຍຸຂອງ 83 ປີ, ໄປລົບອອກ 20 ປີ, ປື້ມນີ້ຢູ່ນຳທ່ານພູມີ 63 ປີພໍດີ, ແລ້ວທ່ານພູມີມໍຣະ ນະກັມ (ວັນທີ 8/2/1981) ແລະເອົາໄປບວກກັບອີກ 26 ປີ (ຈາກປີ 1981 ເຖິງປີ 2007) ປື້ມເຫັ້ຼມນີ້ ມີອາຍຸ 89 ປີ ທ່ານພູມີເອງ ເຊນຊົນຊາຕໄຕດຳ ເກີດທີ່ເມືອງລາວກາຍ ໄດ້ມາໃຫຍ່ທີ່ນະຄອນຫຼວງພຣະບາງແຕ່ຍັງນ້ອຍ, ແລະໄດ້ເປັນສະໝຽນຂອງຜູ້ສຳເຣັດຣາຊການ ປຶ້ມເຫຼັ້ມນີ້ ລູກຫຼານຂອງທ່ານໄດ້ມອບໃຫ້ຂ້າພະເຈົ້າຮັກສາຕໍ່ໄປ.
ສິ່ງທີ່ຂ້າພະເຈົ້າເຫັນໃນປຶ້ມເຫຼັ້ມນີ້ ຄື ປື້ມເຫຼັ້ມນີ້ຍັງມີສະພາບເດີມສົມບູນທີ່ສຸດໃນບັນດາປຶ້ມເກົ່າທັງຫຼາຍ ເຖິງວ່າມີອັນຂາດແນ່ກໍບໍ່ຫຼາຍ.
ການຂຽນອັກສອນ ໃຊ້ອັກສອນລາວແບບບູຮານ ເຊິ່ງຄົນໃນສະໄໝນັ້ນນິຍົມຂຽນ, ຕົວອັກສອນຈະມີອັກ ສອນເຟື້ອງສ່ວນຫຼາຍ, ການຂຽນແບບນີ້ ຄົນອາຍຸ 60 ຫາ 80 ປີ ຍັງນິຍົມຂຽນຢູ່, ຫຼັກຖານທີ່ສົມທຽບກັນໄດ້ແມ່ນ ລາຍພຣະຫັສຖ໌ຂອງພຣະບາດສົມເດັຈພຣະເຈົ້າສຣີສວ່າງວົງ, ພຣະບາທສົມເດັຈພຣະເຈົາສຣີສວ່າງວັທນາ ແລະລາຍມືຂອງສົມເດັຈເຈົ້າສຸພານຸວົງສ໌ ທີ່ພິພິດທະພັນໄກສອນ ພຣົມວິຫານ ແລະພິພິທະພັນປະຕິວັດ, ກາຣ ຂຽນແບບນີ້ ເຮົາຮຽກວ່າອັກສອຣາວບູຮານ, ທາງຣາຊກາຣລາວສະໄໝຣາຊະອານາຈັກ, ໄດ້ຂຽນເປັນແບບໄວຍາກອນສະບັບທີ 1 ເຮົາຮຽກວ່າສະບັບຣາຊສຳນັກ, ປະກົດຫຼັກຖານການໃຊ້ໃນປຶ້ມບູຮານ, ສ່ວນໃຫຍ່ຈະເປັນລາຍມືເປັນສ່ວນໃຫຍ່ ແຕ່ມີປຶ້ມເຫຼັ້ມໜຶ່ງ ທີ່ອາດຍັງຫຼົງເຫຼືອຢູ່ນຳປະຊາຊົນທາງເມືອງຫຼວງ ແມ່ນປື້ມພຸດທະປວັດ ເປັນອັກສອຣແມ່ພິມ, ລັກສະນະອັກສອນນັ້ນເປັນອັກສອນແບບສາມັນ ຄົບ 27 ໂຕ, ແລະເພີ່ມຕົວເຟື້ອງ ເຊິ່ງເຮົາຮຽກວ່າຕີນອັກສອນ ສ່ວນໃຫຍ່ອັກສອນໂຕເຟື້ອງຈະໃຊ້ເປັນຕົວສະກົດ ແລະຕົວສັງໂຍກ ແລະບໍນິຍົມຂຽນເປັນ ຕົວເຄົ້າ.
ນອກຈາກອັກສອນແລ້ວ ຍັງເຫັນວ່ານອກຈາກລາຍມືການຂຽນອັກສອນຂອງຜູ້ຂຽນຈະງາມ ແລະຖືກຕ້ອງ ຕາມກາຣະກົດອັກສອນແລ້ວ ຍັງມີຮູບພາບທີ່ທີ່ຜູ້ຂຽນແຕ້ມປະກອບເຣື່ອງນັ້ນ ຍັງມີມີສີມືປານີດ ສວຍງານ ເປັນລາຍເສັ້ນບູຮານ ເໝາະແກ່ກາຣສຶກສາ.
ປື້ມເຫຼັ້ມນີ້ ມີອາຍຸ 89 ປີແລ້ວ(2007) ມັນຍັງໄດ້ບົ່ງບອກເຖິງວ່າ ເປັນເວລານານສົມຄວນ ທີ່ລາວເຮົາໃຊ້ ປຶ້ມສມັຍໃໝ່ໃນການຂີດຂຽນເອກະສານຕ່າງໆ ສະແດງເຖິງວ່າ ລາວເຮົາໄດ້ກ້າວເຂົ້າໂລກວິທະຍາສາດມາເຫິງ ນານແລ້ວ.
ວັດຖຸປະສົງ ຄວາມມຸ່ງໝາຍຂອງຂ້າພະເຈົ້າ
1. ປັດຈຸບັນຜູ້ຂ້າພະເຈົ້າ ກຳລັງສະກນເນີໜັງສືເຫຼັ້ມນີ້ທຸກໆໜ້າ ເພື່ອຈັດເປັນປື້ມອອກເຜີຍແຜ່.
2. ກາຣຈັດທຳຂອງຂ້າພະເຈົ້າ ຈະຄົງໄວ້ເນື້ອຫາສາຣະທັງໝົດ ຕລອດທັງຄຳບູຮານທ່ີປາກົດໃນປຶ້ມ ເຫຼັ້ມນີ້.
3. ສຳລັບຮູບທັງໝົດແມ່ຈະຄົງໄວ້ທຸກຢ່າງບໍ່ແຕະຕ້ອງ, ສ່ວນທີ່ເປື້ອນ ແລະລືບລາງກໍຈະປະໄວ້ເຊັ່ນນັ້ນ ເພື່ອສະແດງໃຫ້ເຫັນວ່າປຶ້ມເຫຼັ້ມນີ້ຍັງສົມບູນຂະໜາດໃດ ເພາະມັນບົ່ງບອກເຖິງເຈົ້າຂອງປື້ມ ວ່າຮັກປຶ້ມນີ້ຂະໜາດໃດ, ແລະຜູ້ສືບທອດ ຮັກປສາປຶ້ມເຫຼັ້ມນີ້ ເຂົາຍັງຮັກ ແລະປະຕິບັດຕາມຄຳສັ່ງຂອງພໍ່ ຂະໜາດໃດ ຈຶ່ງຮັກສາປຶ້ມນີ້ບໍ່ໃຫ້ເສັຍຈົນ 26 ປີ.
4. ສ່ວນອັກສອນນັ້ນ, ຈະພິມແບບລາຍມືເດີມທັງໝົດ ພຽງແຕ່ເອົາຟອນຕ໌ທີ່ຂຽນພິເສດຂຶ້ນມາພິມ.
5. ຫຼັງຈາກຈັດພິມເຜີຍແຜ່ແລ້ວ ປຶ້ມຕົ້ນສະບັບຈະມອບເປັນສົມບັຕຂອງຊາຕ ໂດຍມອບໃຫ້ກໍມະໝຸດແຫ່ງ ຊາຕິ.
6. ທ່ານໃດສົນໃຈ ກະຣຸນາຕິດຕໍ່ກັບຂ້າພະເຈົ້າໄດ້.

ไม่มีความคิดเห็น: