lຫລັກທັມທີ່ເປັນເຄື່ອງມືສ້າງຄວາມສັມພັນໃນຄອບຄົວ
ສະພາບການຄອງຊີບ ແລະການສຳພັນກັນໃນຄອບຄົວໃນຍຸກປັດຈຸບັນ ນັບວ່າຢູ່ໃນຖານະຫລໍ່ແຫລມ ງ່າຍຕໍ່ການກະທົບກະທັ່ງ ແຕກລະແຫງກັນໃນທີ່ສຸດ, ບາງຄັ້ງອາດສະຫລຸບວ່າເປັນຍ້ອນສະພາບເສດຖະກິດ ສັງຄົມ ແລະ ເຣື່ອງອື່ນໆທີ່ເກີດຂຶ້ນ, ແຕ່ທີ່ຈິງແລ້ວອາດບໍ່ແມ່ນອນສະເໝີໄປ ເນື່ອງຈາກບັນຫາຕ່າງທີ່ເຮົາເຂົ້າໃຈ ມັນອາດເປັນບັນ ຫາປາຍເຫດເທົ່ານັ້ນ ຄວາມຈິງບັນຫາຕ່າງໆ ທີ່ເປັນການບັນທອນສະພາບຊີວິດຄອບຄົວໃຫ້ບໍ່ມີຄວາມສົມບູນພູນສຸກ ອາດມາຈາກຕົ້ນເຫດ, ໃນຫລັກທັມຂໍ້ນີ້ ທາງພຣະພຸດທະສາສນາໄດ້ໃຫ້ທັດສະນະໄວ້ວ່າ ການທີ່ຄອບຄົວຈະສົມບູນພູນ ສຸກ ແລະຢູ່ກັນຍາວນານ ແລະອຸດົມສົມບູນເພາະວ່າ ທັງຝ່າຍຊາຍ ແລະຝ່າຍຍິງຂາດຫລັກທັມ 4 ຂໍ້ ຄືຄວາມເໝາະ ສົມກັນແຫ່ງເຫດ ມີ ຢູ່ 4 ປະເພດ ຄື:
1. ສະມະສັດທາ: ຄືມີຄວາມເຊື່ອສະເໝີກັນ ຄຳວ່າ ມີຄວາມເຊື່ອສະເໝີກັນນີ້ ແມ່ນເຣີ່ມຈາກເຊື່ອໃນເຫດ ເຊື່ອໃນຜົນ ເຊື່ອໃນລັດທິສາສນາອັນດຽວກັນ, ຢ່າງນ້ອຍແມ່ນປັບຄວາມເຊື່ອເດີມຂອງກັນ ແລະກັນໃຫ້ເຂົ້າກັນ ຫາກຜົວເຊື່ອຈັ່ງໜຶ່ງ ເມັຍເຊື່ອຈັ່ງໜຶ່ງແລ້ວ ກໍຈະເຮັດໃຫ້ເກີດມີການຂັດແຍ້ງທາງຄວາມຄິດເກີດຂຶ້ນ ຈົນເປັນເຫດໃຫ້ເກີດການວິວາດຜິດຖຽງກັນ ຈົນເຖິງແຕກລະແຫງຢ່າຮ້າງກັນກໍໄດ້, ທີ່ສຳຄັນຕ້ອງໃຫ້ມີຄວາມເຊື່ອໃຈກັນ ໄວ້ວາງໃຈກັນ ວ່າຄວາມຮັກຄວາມຜູກພັນທີ່ມີຕໍ່ກັນນັ້ນຍ່ອມຄົງໝັ້ນເພາະເຊື່ອໃຈກັນແລ້ວກັນນັ້ນເອງ.
2. ສະມະສີລາ: ມີສີລສະເໝີກັນ ຄວາມວ່າມີສີນນີ້ ອັນໜຶ່ງແມ່ນທັງຜົວແລະເມັຍມີຄວາມຊື່ສັດ ຮັກສາສັດຈະວ່າຈາຕໍ່ກັນ, ມີຄວາມໜັກແໜ້ນສະເໝີກັນ, ມີຄວາມທຸ່ນທ່ຽງສະເໝີກັນ ການຮັກສາສີນຄືຄວາມໜັກແໜ້ນຕໍ່ກັນ ໂດຍການປິດຊ່ອງທາງທີ່ເຮັດໃຫ້ເຮົາຂາດສີນໃຫ້ມິດຊິດ ຄື ປິດຫູໄວ້ ບໍ່ໃຫ້ຟັງໃນສິ່ງທີ່ເປັນອັບປະມຸງຄຸນ ຟັງແຕ່ເຣື່ອງດີ ຟັງແລ້ວຄິດໄຄ່ຄວນຫາເຫດຜົນ ຈຶ່ງສະຫລຸບຜົນ ຟັງຫູໄວ້ຫູ ບໍ່ຟັງຄວາມຍຸຍົງສົ່ງເສີມຂອງສັດຕູຄູ່ແຂ່ງ, ປິດຕາບໍ່ເບິ່ງສິ່ງທີ່ພາໃຈໃຫ້ຕ່ຳຊາມ ເບິ່ງແຕ່ສິ່ງ ທີ່ບັນເທີງປັນຍາໃຫ້ສາຣະ, ປິດປາກ ບໍ່ເວົ້າຄຳຫຍາບ ຄຳບໍ່ຈິງ, ຄຳເພີ້ເຈີ້ ຕະຫລົກເຮຮາ ເວົ້າແຕ່ສິ່ງທີ່ສ້າງ ສັນຄຸນງາມຄວາມດີ, ປິດດັງ ຫາຍໃຈເອົາແຕ່ສິ່ງສະອາດ, ປີດຮູທາງລຸ່ມໄວ້ບໍ່ໃຫ້ໃຊ້ໄປຜິດຮີດຜິດຄອງ ໝາຍຄວາມວ່າການຮັກສາສີນກໍຄືປິດທະວານທັງໝົດ ໄວ້ບໍ່ໃຫ້ມັນຮົ່ວມັນຊອດໄດ້ງ່າຍ ໂດຍສະເພາະທະວານໃດທຳໜ້າທີ່ໃດ ກໍໃຫ້ທຳໜ້າທີ່ນັ້ນໃຫ້ຖືກຕ້ອງ,
3. ສະມະຈາຄະ: ມີຄວາມເອື້ອເຟື້ອຕໍ່ກັນ ຮູ້ເສັຍສະຫລະ ຮູ້ໃຫ້ອະໄພ ເສັຍສະຫລະທັງກາຍ ໃຈ ວັດຖຸ, ກ່ຽວກັບ ການສຳພັນກັນໃນຄອບ, ຍາດພີ່ນ້ອງ ເພື່ອນຝູງ ຕະຫລອດຮອດການເສັຍສະຫລະຕໍ່ສັງຄົມ ປະເທດຊາດ ສາສນາ ໂດຍສະເພາະແມ່ນການປະກອບສ່ວນຕໍ່ວຽກງານຂອງບ້ານຕາມກຳລັງສັດທາ ທີ່ສຳຄັນແມ່ນເຫັນພ້ອມນຳກັນກ່ຽວການເສັຍສະ ຫລະເວລາໃຫ້ກັນແລະກັນ ຍາມກິນຍາມນອນຕ້ອງໃຫ້ເໝາະສົມກັນ.
4. ສະມະປັນຍາ: ປັນຍາສະເໝີກັນ ຄື ມີຄວາມເຂົ້າໃຈໃນການປະກອບສ້າງຊີວິດພໍພຽງກັນ ບໍ່ແມ່ນວ່າຜົວເມັຍຈະຈົບປະຣິນຍາຊັ້ນສູງເໝືອນກັນ ແຕ່ແມ່ນທັງຜົວຫລືເມັຍຈະຈົບຊັ້ນຕ່າງກັນກໍຕາມ ແຕ່ຫາກຝ່າຍໃດຝ່າຍໜຶ່ງ ຮູ້ຈັກຫລັກໃຫນການສ້າງຄອບຄົວ ປະຕິບັດພັນທະກິດໃນຄອບຄົວສະເໝີກັນ ລ້ຽງລູກລ້ຽງຄອບຄົວໂດຍທັມ ຊື່ວ່າມີປັນຍາສະເໝີກັນແລ້ວ ຫາກຝ່າຍໃດຝ່າຍໜຶ່ງຈົບດອກເຕີ ແຕອີກຝ່າຍໜຶ່ງບໍ່ຈົບຫຍັງເລີຍ ອັນນັ້ນເປັນພຽງແຕ່ຄວາມຮູ້ເທົ່ານັ້ນ ຫາກຝ່າຍໜຶ່ງທີ່ບໍ່ຈົບຫຍັງເລີຍ ແຕ່ມີການເຂົ້າໃຈໃນການສ້າງຄອບຄົວລຽງລູກເຕົ້າ ປະຄັບປະຄອງໄດ້ຊື່ວ່າປັນຍາເລີດ ຫາກຝ່າຍທີ່ຈົບຊັນສູງ ແຕ່ບໍ່ເຂົ້າໃຈໃນບັນຫາຄອບຄົວ ກໍຊື່ວ່າບໍ່ມີປັນຍາເລີຍ.
ຫາກຄູ່ຄອງໃດ ນຳເອົາຫລັກທັມມນີ້ໄປໃຫ້ໃນການສ້າງຊີວິດຄອບຄົວຢ່າງສົມບູນພູນສຸກແລ້ວ ຄອບຄົວນັ້ນ ມັກຈະຜ່ານຜ່າວິກິດການອັນຫຍຸ້ງຍາກສັບສົນໃນການສ້າງຖານະຄອບຄົວ ໃນສັງຄົມໃໝ່ ທີ່ມີແຕ່ຊ່ອງທາງອັນຫລໍ່ ແຫລມນີ້ໄດ້ແນ່ນອນ.
วันศุกร์ที่ 12 ตุลาคม พ.ศ. 2550
lຫລັກທັມທີ່ເປັນເຄື່ອງມືສ້າງຄວາມສັມພັນໃນຄອບຄົວ
เขียนโดย
ນິວ
ที่
09:02
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น